ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ເສນາທິການກອງທັບປະກາດແຕ່ງຕັ້ງຮອງຫົວໜ້າກົມ


     ວັນທີ 30 ມັງກອນ 2024 ນີ້, ກົມໃຫຍ່ເສນາທິການກອງທັບ ໄດ້ປະກາດແຕ່ງຕັ້ງ ຮອງຫົວໜ້າກົມສູ້ຮົບ ແລະ ຮອງຫົວໜ້າກົມໂຮງ
ຮຽນ, ໂດຍການເປັນປະທານຂອງ ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກໍາມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະ
ເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຜູ້ຕາງໜ້າບັນດາກົມ, ຫ້ອງການ, ພະແນກການ, ຄະນະພັກ-ຄະນະບັນຊາກົມກອງພ້ອມ
ດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

     ສະຫາຍ ພັນເອກ ສັນຕິ ເພັດດວງສິດ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ເສນາທິການ ໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະ
ເທດ ວ່າດ້ວຍການແຕ່ງຕັ້ງ ຮອງຫົວໜ້າກົມສູ້ຮົບ ແລະ ຮອງຫົວໜ້າກົມໂຮງຮຽນ ກົມໃຫຍ່ເສນາທິການກອງທັບ, ອີງຕາມ ກົດໝາຍ
ນາຍທະຫານກອງທັບປະຊາຊົນລາວ ( ສະບັບປັບປຸງ ) ໃນພາກທີ II ໝວດທີ 4 ມາດຕາ 26 ວ່າດ້ວຍການແຕ່ງຕັ້ງ, ຍົກຍ້າຍນາຍທະ
ຫານ, ອີງຕາມ ທິດທາງກ່ຽວກັບການປັບປຸງບູລະນະກົງຈັກການຈັດຕັ້ງນໍາພາ-ບັນຊາ ໃນກໍາລັງປະກອບອາວຸດໃຫ້ເຂັ້ມແຂງ, ໜັກແໜ້ນ
ຮອບດ້ານເພື່ອເຮັດສໍາເລັດໜ້າທີ່ປົກປັກຮັກສາ ແລະ ພັດທະນາປະເທດຊາດ, ອີງຕາມການຄົ້ນຄວ້າ ແລະ ນໍາສະເໜີຂອງກົມໃຫຍ່ການ
ເມືອງກອງທັບ, ກະຊວງປ້ອງກັນປະເທດ ຕົກລົງແຕ່ງຕັ້ງ ສະຫາຍ ພັນເອກ ຄໍາຊາວ ລິນຕະກຸນແກ້ວ ເປັນຮອງຫົວໜ້າກົມສູ້ຮົບ ກົມ
ໃຫຍ່ເສນາທິການ, ພັນເອກ ຄໍາຕ້ອຍ ມະນີວອນ ເປັນຮອງຫົວໜ້າກົມໂຮງຮຽນ ກົມໃຫຍ່ເສນາທິການ, ຈາກນັ້ນໄດ້ຜ່ານຂໍ້ຕົກລົງຂອງ
ຫ້ອງການເມືອງ ກົມໃຫຍ່ເສນາທິການກອງທັບ ວ່າດ້ວຍການແຕ່ງຕັ້ງຫົວໜ້າ ແລະ ຮອງໝວດ ຂອງອົງການສູນບັນຊາ 761, ຫ້ອງການ
ເມືອງ ຕົກລົງແຕ່ງຕັ້ງ ຮ້ອຍຕີ ໄພວັນ ເພຍກົງ ເປັນຫົວໜ້າໝວດໂທລະ ເລກ, ຮ້ອຍເອກ ສົມລຽມ ເຫງົ້າວົງສາ ເປັນຮອງຫົວໜ້າໝວດ
ແຕ້ມທາງບິນ.

     ໂອກາດນີ້, ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກໍໄດ້ມີຄໍາເຫັນໂອລົມຕໍ່ບັນດາສະຫາຍທີ່ໄດ້ຮັບການແຕ່ງຕັ້ງໜ້າທີ່ໃໝ່ ພ້ອມ
ທັງເນັ້ນໜັກໃຫ້ບັນດາສະຫາຍຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ ໃຫ້ສູງກວ່າເກົ່າ ກໍາແໜ້ນແນວທາງຂອງພັກ ເປັນ
ແບບຢ່າງນໍາໜ້າຮອບດ້ານ ສືບຕໍ່ຝືກຝົນຫຼໍຫຼອມຊອກຮູ້ຮໍ່າຮຽນໃຫ້ກາຍເປັນພະນັກງານທີ່ດີເດັ່ນ ເອົາໃຈໃສ່ປັບປຸງແບບແຜນວິທີການ
ເຮັດວຽກໃຫ້ມີວິທະຍາສາດ ກ້າວໜ້າທັນສະໄໝ ຄຽງຄູ່ກັບການກໍ່ສ້າງກົມກອງໃຫ້ມີຄວາມຈະເລີນກ້າວໜ້າຢ່າງຮອບດ້ານ.

ແຫຼ່ງຂ່າວໂດຍ ພຸດທະວອນ ພົມມະວົງສາ
ວັນທີ 01/02/2024